​ແນະນຳ​ຜູ້​ຂຽນ

ຄຳ​ແນະນຳ​ສຳລັບ​ຜູ້​ຂຽນ:

ບົດ​ຄົ້ນຄວ້າ​-ທົດ​ລອງ ແລະ ບົດຄວາມວິຊາການ ກຳນົດຂອບເຈ້ຍ ທາງເທິງ*ລຸ່ມ*ຊ້າຍ*ຂວາ ແມ່ນ 3.0*2.5*3.0*2.5 cm, ແບບຕົວອັກສອນລາວ ເພັດສະຣາດໂອທີ (Phetsarath OT) ແລະ ອັງກິດ Times New Roman, ​ຄວາມ​ຍາວ​ບໍ່​ເກີນ 10 ໜ້າ​ເຈ້ຍ A4, ໂຄງສ້າງປະກອບດ້ວຍ ຫົວບົດ, ຊື່ຜູ້ຂຽນ, ບົດຄັດຫຍໍ້, ຄໍາສັບທີ່ສຳຄັນ, ບົດນຳ, ວິທີການສຶກສາ, ຜົນການສຶກສາແລະວິຈານ, ສະຫຼຸບ, ຄຳຂອບໃຈ (ຖ້າມີ), ເອກະສານອ້າງອີງ ຫົວຂໍ້ໃຫຍ່ເຫຼົ່ານີ້ ຍົກເວັ້ນຫົວບົດ ໃຫ້ພິມຂະໜາດ 11 ໂຕເຂັ້ມ ແລະໄລຍະຫ່າງເທິງ 1ແຖວ ແລະ ລຸ່ມ 1ແຖວ, ລາຍລະອຽດດັ່ງນີ້:      

ຊື່​ຫົວ​ບົດ:

​ພິມອັກສອນ ຂະໜາດ 12 ໂຕເຂັ້ມ ຕ້ອງ​ເໝາະສົມ, ກະທັດ​ຫັດ, ສະ​ເພາະ​ເຈາະ​ຈົງ ​ແລະກົງ​ກັບ​ເນື້ອ​ໃນ.

ຊື່​ຜູ້​ຂຽນ:

 

 

 

 

ພິມອັກສອນ ຂະໜາດ 11 ທໍາມະດາ, ຊື່ ​ແລະ ນາມສະກຸນຜູ້ຂຽນ ແລະ ຜູ້ຮ່ວມຄົ້ນຄວ້າ ຕ້ອງລົງແຖວໜຶ່ງຮ່າງຈາກຫົວຂໍ້ ໃຫ້ຂຽນຊື່ ແລະ ນາມສະກຸນເຕັມທັງພາສາລາວ ແລະ ພາສາອັງກິດ ດ້ານທ້າຍຂອງນາມສະກຸນ ໃຫ້ໃສ່ໂຕເລກຍົກກຳລັງ ເພື່ອບົ່ງບອກເຖິງບ່ອນສັງກັດ ແລະ ໝາຍດາວຍົກກຳລັງໃສ່ຜູ້ທີ່ຮັບຜິດຊອບບົດຄົ້ນຄວ້າ.

ບ່ອນສັງກັດ:

ພິມອັກສອນ ຂະໜາດ 10 ທໍາມະດາ, ບ່ອນສັງກັດ ແລະ ທີ່ຢູ່ຂອງຜູ້ຮັບຜິດຊອບບົດຄົ້ນຄວ້າ.

ອັກສອນ​ຫຍໍ້:

ພິມອັກສອນ ຂະໜາດ 11 ທໍາມະດາຈະ​ຕ້ອງ​ຂຽນ​ເຕັມ​ໃນ​ຄັ້ງ​ທຳ​ອິດ ​ແລ້ວ​ໃສ່​ອັກສອນ​ຫຍໍ້​ໃນ​ວົງ​ເລັບ​ພ້ອມ, ຈາກນັ້ນໃຫ້ຂຽນໂຕຫຍໍ້ໃນເນື້ອຕໍ່ໄປເລີຍ.

ບົດ​ຄົດ​ຫຍໍ້:

ພິມອັກສອນ ຂະໜາດ 11 ທໍາມະດາ, ຄວາມ​ຍາວ​ບໍ່​ເກີນ 1 ຫນ້າ (ພາສາ​ລາວ)

ຄຳສັບທີ່ສຳຄັນ:

ພິມອັກສອນ ຂະໜາດ 11 ທໍາມະດາ ບໍ່ໃຫ້ເກີນ 5 ຄຳສັບ

ບົດນຳ:

ພິມອັກສອນ ຂະໜາດ 11ທໍາມະດາ, ທີ່ມີເນື້ອໃນກ້ຽວຂອງກັບບົດຄົ້ນຄວ້າຂອງຕົນເອງ.

ວິທີການສຶກສາ:

ພິມອັກສອນ ຂະໜາດ 11 ທໍາມະດາ ຖ້າເປັນຫົວຂໍ້ຂອງຂໍ້ຫຍ່ອຍ ໃຫ້ພິມຂະໜາດ 11 ​ເຂັ້ມ ແລະ ລົງແຖວ 1 ແຖວ ຈຶ່ງຂຽນເນື້ອໃນຕໍ່ໄປ

ເອກະສານ

ອ້າງ​ອີງ

Reference:

 

 

 

ໃຫ້ພິມເປັນພາສາອັງກິດທັງໝົດ (ຖ້າແຫຼ່ງອ້າງອີງເປັນພາສາລາວ ກໍ່ໃຫ້ແປເປັນພາສາອັງກິດ) ໂດຍຂຽນນາມສະກຸນເຕັມ ແລະ ນຳດ້ວຍໂຕອັກສອນຫຍໍ້ຂອງຊື່ຜູ້ຂຽນ, ພິມອັກສອນ Times new roman,  ຂະໜາດ 11 ທໍາມະດາ, ເອກະສານອ້າງອີງຕ້ອງລຽງຕາມລໍາດັບຂອງ A, B, C... (ອີງຕາມລະບົບ APA 6th Edition)

ຕົວຢ່າງ:

-  ຂຽນອ້າງທ້າຍບົດ:

Len N., Lindberg L. & Ogle, B. (2008). Effect of dietary fiber level on the performance and carcass traits of     Mong Cai, F1 crossbred (MongCai x Yorkshire) and Landrace x Yorkshire pigs. Asian Austral. J. Anim. 21:245-251.

Keobaht L. & Ogle B. (2007). Effects of chery snail fermented on growth performance of pig and economic. Journal of Lao Agriculture and Forestry. 14:63-85.

Paivio, A. (1975). Perceptual comparisons through the mind's eye. Memory & Cognition, 3, 635-647. doi:10.1037/0278-6133.24.2.225

ຕົວຢ່າງ:

 

Strunk, W., Jr., & White, E. B. (1979). The guide to everything and then some more stuff.    New York, NY: Macmillan.

Gregory, G., & Parry, T. (2006). Designing brain-compatible learning (3rd ed.). Thousand   Oaks, CA: Corwin.

Minitab, 2010. Minitab reference manual, Release 16.2 for Windows. Minitab Inc, USA.

ການອ້າງອີງ

ໃນບົດ

(Citations

 in the text)

-   ຕ້ອງພິມເປັນພາສາອັງກິດທັງໝົດ, ເອກະສານອ້າງອີງທີ່ຂຽນຜູ້ດຽວກໍ່ໃສ່ນາມສະກຸນເລີຍ ແລະຕໍ່ດ້ວຍປີທີ່ຕີພິມ.

-   ສໍາລັບເອກະສານອ້າງອີງທີ່ຂຽນສອງຄົນກໍ່ໃສ່ ນາມສະກຸນຂອງທັງສອງຄົນ ຂັ້ນນາມສະກຸນດ້ວຍ & ແລະຕໍ່ດ້ວຍປີທີ່ຕີພິມ ເຊັ່ນ Navongchanh & Orla (1999)...ຫຼື …(Navongchanh & Ogla, 1999) .

-   ສໍາລັບເອກະສານອ້່າງອີງທີ່ຂຽນຫຼາຍກວ່າ 2 ຄົນໃສ່ ນາມສະກຸນຂອງຜູ້ທໍາອິດແລະຕາມດ້ວຍຄໍາວ່າ et al., ແລະຕໍ່ດ້ວຍປີທີ່ຕີພິມ. (Navongchanh et al., 1999) 

ຕົວຢ່າງ:

-   The CP concentrations recorded were similar to values reported for taro in other studies   (Malavong et al., 2008) or Malavong et al. (2008) reported that the CP concentrations recorded were similar to values reported for taro in other studies.

-   The percentage of CF concentration of the leaves was similar to values reported for taro by a number of authors (Leterme & Londoño, 2005; Rodríguez et al., 2009). It is in the same range as CF concentration in water spinach leaf (Umar et al., 2007)

ເສັ້ນ​ສະ​ແດງ

Graph:

ຊື່ຂອງເສັ້ນສະແດງແລະເນື້ອໃນຕ້ອງພິມເປັນພາສາອັງກິດ ກ້ອງຮູບທີ່ສະແດງໃນບົດ ສຳລັບ​ທ່ານ​ທີ່​ໃຊ້​ເສັ້ນ​ສະ​ແດງ​ຕ່າງໆ ປະກອບ​ໃນ​ບົດ (ຊຶ່ງ​ສ້າງ​ໂດຍ EXCEL ​ແລະ​ອື່ນໆ​ນັ້ນ) ຂໍ​ໃຫ້​ສົ່ງ​ຊີ​ດີ​ທີ່​ບັນຈຸ​ຂໍ້​ມູນ​ດິບ​ມາ​ພ້ອມ​ນີ້​ກໍ່​ເພື່ອ​ຄວາມ​ສະດວກ​ໃນ​ການ​ດັບ​ແປງ​ແກ້​ໄຂ ຫຼື ​ເຮັດ​ຄືນ​ໃໝ່.

ຕາຕະລາງ

Table:

ຊື່ຕາຕະລາງ ແລະ ເນື້ອໃນທັງໝົດ ໃຫ້ພິມເປັນພາສາອັງກິດ ອັກສອນຂະໜາດ 11 ທໍາມະດາ,  ການ​ໝາຍ​ເລກ​ຕາຕະລາງ​ຕ້ອງ​ລຽງ​ຕາມ​ລຳດັບ ​ແລະ ກົງກັນ​ກັບ​ເນື້ອ​ເລື່ອງ,​ ຊື່​ຫົວ​ຂໍ້​ຕາຕະລາງ​ຕ້ອງ​ສັ້ນ ​ແລະ ມີ​ຄວາມ​ໝາຍ​ຄົບ​ຖ້ວນ, ຖ້າມີອັກສອນຫຍໍ້ ໃຫ້ອະທິບາຍຢູ່ດ້ານລຸ່ມຂອງຕາຕະລາງທຸກຄັ້ງ, ຕາຕະລາງ​ທີ່​ມີ​ເນື້ອ​ໃນ​ບໍ່​ຈະ​ແຈ້ງ ຫຼື ບໍ່​ສົມບູນ​ແບບ​ຈະ​ບໍ່​ຖືກ​ຈັດ​ພິມ.

ຮູບ​ປະກອບ

Figure:

ຊື່ຮູບຕ້ອງພິມເປັນພາສາອັງກິດ ໄວ້ກ້ອງຂອງຮູບໃຫ້ໃຊ້ Figure (Figure1 Animal…) ແລະ ຈະ​ຕ້ອງ​ກ່ຽວຂ້ອງ​ກັບ​ເນື້ອ​ເລື່ອງ, ອາດ​ເປັນ​ຮູບຂາວດຳ (ເຊັ່ນ: ຮູບ​ແຕ້ມ) ຫຼື​ຮູບ​ສີ​ກໍ່​ໄດ້​ແຕ່​ຕ້ອງ​ຈະ​ແຈ້ງ ​ແລະ ມີ​ຄວາມ​ຄົມ​ຊັດ​ສູງ​ເທົ່າ​ນັ້ນ ຈຶ່ງ​ຈະ​ຖຶກຈັດ​ພິມ, ຮູບ​ແຕ່ລະ​ແຜ່ນ​ຈະ​ຕ້ອງ​ມີ​ຄຳ​ອະທິບາຍ​ຈະ​ແຈ້ງ ​ແລະ ບອກ​ຕຳ​ແໜ່​ງທີ່ຢູ່​ຂອງ​ຮູບ​ໃນ​ບົດ​ດ້ວຍ, ສຳລັບ​ຮູບ​ຖ່າຍ​ຂໍ​ໃຫ້​ສົ່ງ​ຕົ້ນ​ສະບັບ​ຈິງ​ເທົ່າ​ນັ້ນ ບໍ່​ແມ່ນ​ຮູບ​ທີ່​ຜ່ານ​ການສະ​ແກນ ຫຼື ພິມ​ອອກ​ມາ​ແລ້ວ.

ໝາຍເຫດ: ເນື້ອໃນຂອງແຕ່ລະຫົວບົດຄົ້ນຄວ້າ ເປັນຄວາມຄິດແລະຄວາມຮັບຜິດຊອບ ຂໍຜູ້ຂຽນເອງ. ສະນັ້ນ, ທາງຄະນະຜູ້ຈັດທໍາວາລະສານ ຈະບໍ່ຮັບຜິດຊອບກັບເນື້ອໃນຕ່າງໆເຫຼົ່ານັ້ນ.

Loading...