Editorial Team

Editorial Team

ທ່ານຜູ້ອ່ານທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ,

ຄະນະບັນນາທິການ ວາລະສານ ວິທະຍາສາດກະສິກໍາ, ເຕັກໂນໂລຊີແລະການພັດທະນາ (Journal of Agricultural Science, Technology and Development, JASTD) ມີຄວາມຍິນດີທີ່ໄດ້ນໍາ  ສະເໜີ ຜົນງານການຄົ້ນຄວ້າວິທະຍາສາດ ຢູ່ໃນສະບັບທີ 7 ເຫຼັ້ມທີ 2 ໄລຍະເດືອນ ກໍລະກົດ ເຖິງ ເດືອນ ທັນວາ ປີ 2022 ຈໍານວນທັງໝົດ 12 ຫົວເລື່ອງ. ຜົນການຄົ້ນຄວ້າວິທະຍາສາດ ທີ່ໄດ້ຮັບອານຸຍາດ ໃຫ້ພິມເຜີຍແຜ່ໃນວາລະສານ ສະບັບນີ້ ແມ່ນຫົວເລື່ອງທີ່ກ່ຽວກັບ ການເຝົ້າລະວັງພະຍາດໄຂ້ຫວັດສັດປີກຊະນິດຮ້າຍແຮງສາຍພັນຍ່ອຍ H5 ຕາມຈຸດສ່ຽງໃນ ສປປ ລາວ, ຜົນຂອງການນໍາໃຊ້ແໜແດງເປັນແຫຼ່ງທາດຊີ້ນຕໍ່ການຈະເລີນເຕີບໂຕຂອງປານິນ, ຜົນຂອງການປະສົມຫອຍກິນເຂົ້າໃນລະດັບທີ່ແຕກຕ່າງກັນຕໍ່ການຈະເລີນເຕີບໂຕໃນການຮາມປາກົດເຫຼືອງ, ຜົນຂອງຮູບແບບການລ້ຽງທີ່ແຕກຕ່າງກັນຕໍ່ກັບຄວາມສາມາດໃນການໃຫ້ຜົນຜະລິດໄຂ່ ແລະ ຄຸນນະພາບໄຂ່ ຂອງໄກ່ພັນໄຂ່ໄຮໄລ້ບຼາວ, ຜົນຂອງການນຳໃຊ້ໄຄນໍ້າຈືດປະສົມສູດອາຫານຕໍ່ການຈະເລີນເຕີບໂຕໃນການຮາມປາແກງ, ສຶກສາການຕິດ​​​ເຊືຶ້ອພະ​ຍາດປາກເປື່ອຍລົງເລັບ​ໃນງົວ ແລະ ຄວາຍ ຢູ່ໂຮງ​ຂ້າ​ສັດ ແຂວງຫຼວງນໍ້າທາ, ສະຫວັນນະເຂດ ແລະ ຈໍາປາສັກ, ການສະສົມໂລຫະໜັກໃນ​ນໍ້າ ແລະ ປາ ພື້ນ​ທີ່​ບຶງທາດຫຼວງ ແລະ ອ່າງນໍ້າຊວງ ນະຄອນຫຼວງ​ວຽງຈັນ ສປປ ລາວ, ຜົນຂອງການນຳໃຊ້ແໜແດງ​ແຫ້ງບົດໃນລະດັບທີ່ແຕກຕ່າງກັນຕໍ່ການ​ກິນ​ໄດ້, ການຈະເລີນເຕີບໂຕ ແລະ ປະ​ລິ​ມານ​ຊາກຂອງໄກ່ລາດ, ຜົນຂອງການນໍາໃຊ້ຝຸ່ນເຄມີ ແລະ ຝຸ່ນໝັກຕໍ່ການປູກຜັກສະຫຼັດ Red Oak ລະບົບໄຮໂດຼໂປນິກ, ຜົນຂອງການນຳໃຊ້ ກ້ວຍນ້ຳດິບຜົງ ແລະ ຂີ້ໝິ້ນຜົງ ປະສົມໃນອາຫານຕໍ່ການຢັບຢັ້ງເຊື້ອອີໂຄລາຍໃນໝູນ້ອຍຫຼັງຢ່ານົມ, ຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຕ່ອງໂສ້ການສະໜອງປັດໄຈການລ້ຽງສັດໃນເຂດພາກກາງຂອງ ສປປ ລາວ ແລະ ສຶກສາການຈະເລີນເຕີບໂຕ ແລະ ຜະລິດຕະພາບມັນດ້າງຫວານຍີ່ປຸ່ນພັນເບນິຮາລຸກະ ໂດຍການນຳໃຊ້ອັດຕາຝຸ່ນບົ່ມທີ່ແຕກຕ່າງກັນເຫຼົ່ານີ້ເປັນຕົ້ນ.

ຄະນະບັນນາທິການ ຫວັງຢ່າງຍິ່ງວ່າ ວາລະສານສະບັບນີ້ ຈະເປັນປະໂຫຍດສໍາລັບນັກຄົ້ນຄວ້າ, ນັກພັດທະນາ, ຜູ້ຕັດສິນໃຈທາງດ້ານນະໂຍບາຍ ຕະຫຼອດຮອດຜູ້ທີ່ສົນໃຈທົ່ວໄປ. ພວກເຮົາຈະສືບຕໍ່ຄັດ​ເລືອກເອົາຜົນງານການຄົ້ນຄວ້າທີ່ໜ້າສົນໃຈ ແລະ ມີປະໂຫຍດສໍາລັບການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ມານໍາສະເໜີໃຫ້ທ່ານໃນຄັ້ງຕໍ່ໆ ໄປ.

ຂໍຂອບໃຈເປັນຢ່າງສູງມາຍັງ ຄະນະຮັບຜິດຊອບກະກຽມຜະລິດວາລະສານ ແລະ ຄະນະຜູ້ກວດອ່ານທຸກໆທ່ານ ທີ່ເຮັດໃຫ້ສາມາດພິມເຜີຍແຜ່ອອກສູ່ສັງຄົມໄດ້.

 

ດ້ວຍຄວາມນັບຖືແລະຮັກແພງ​ເປັນ​ຢ່າງ​ສູງ

ຄະນະທີ່ປຶກສາ

ຄະນະບັນນາທິການ

ຄະນະກຳມະການວິຊາການກວດ-ອ່ານ (Peer reviews) ປະຈໍາສະບັບ

ກຳມະການກວດ-ອ່ານພາສາອັງກິດ

Loading...