About the Journal

ວາລະສານວິທະຍາສາດ​ກະສິກຳ, ເຕັກໂນໂລຊີ ແລະ ການພັດທະນາ ​ເປັນ​ວາລະສານ​ດ້ານ​ວິຊາ​ການຂອງຄະນະກະເສດສາດ (ວິທະຍາເຂດນາບົງ), ມະຫາວິທະຍາໄລແຫ່ງຊາດລາວ ໂດຍມີການຕີພິມ 2 ສະບັບຕໍ່ປີ ຄື ສະບັບເດືອນມັງກອນ-ມີຖຸນາ ແລະ ສະບັບເດືອນ ກໍລະກົດ-ທັນວາ ໂດຍລວມມີບົດຄົ້ນຄວ້າ-ທົດລອງ ແລະ ບົດຄວາມທາງວິຊາການ ທີ່ຜ່ານການກວດແກ້ຈາກ ຄະນະກຳມະການດ້ານວິຊາການ ຊຶ່ງ​ທາງຄະນະກຳມະການວາລະສານ ​ເປັນ​ຜູ້​ຈັດ​ພິມ​ຂຶ້ນ ຈຸດປະສົງ ເພື່ອເຜີຍແຜ່ ແລະ ແລກປ່ຽນຜົນງານດ້ານວິຊາການຂອງອາຈານ, ນັກສຶກສາ, ນັກວິຊາການ ດ້ານວິທະຍາສາດກະສິກໍາ, ເຕັກໂນໂລຊີ ແລະ ການພັດທະນາ.

ທາງ​ຄະນະ​ບັນນາທິການ ​ເປີດ​ກວ້າງ ​ແລະ ຍິນ​ດີ​ຮັບ​ເອົາ​ບົດ​ຄວາມ​ທີ່​ຂຽນ​ເປັນ​ພາສາ​ລາວ ຫຼື ພາສາ​ອັງກິດ​ຈາກ​ທຸກ​ທ່ານ, ສ່ວນ​ບົດ​ຄັດ​ຫຍໍ້​ຂອງ​ບົດ​ຄວາມ​ແຕ່​ລະ​ບົດ​ຈະ​ຕ້ອງ​ຂຽນ​ເປັນ 2 ພາສາ. ບົດ​ທີ່​ຈະ​ຜ່ານ​ການ​ພິຈາລະນາ ​ແລະ ຖືກ​ຈັດ​ພິມ​ອອກ​ນັ້ນ ຈະ​ຕ້ອງໄດ້ຜ່ານການກວດອ່ານຈາກ ຄະນະກຳມະການດ້ານວິຊາການ​ເສຍກ່ອນ ຕາມ​ປະ​ເພດ​ບົດ​ດັ່ງ​ລຸ່ມ​ນີ້:

Loading...